Please hurry.
ກະຣຸນາຮີບຮ້ອນແດ່


We are not cold in the house.
ຢູ່ໃນເຮືອນພວກເຮົາບໍ່ໜາວ

Don't bite your nails.
ຢ່າກັດນິ້ວມືເຈົ້າ

That is not your knife.
ອັນນີ້ບໍ່ແມ່ນມີດຂອງເຈົ້າ

Excuse me, but I feel sick.
ຂໍໂທດ ຂ້ອຍຮູ້ສຶກເປັນໄຂ້

At first I didn't like him, but I do now.
ຕອນທໍາອິດຂ້ອຍບໍ່ມັກເຂົາ, ແຕ່ດຽວນີ້ຂ້ອຍມັກ

I can read German, but I can't speak it.
ຂ້ອຍອ່ານພາສາເຍຍລະມັນໄດ້ ແຕ່ເວົ້າບໍ່ໄດ້

I sometimes put a little salt in it.
ບາງຄັ້ງຂ້ອຍກໍ່ໃສ່ເກືອໜ້ອຍໜຶ່ງ

May I have your phone number?
ຂ້ອຍຂໍເບີໂທລະສັບເຈົ້າແດ່

He is studying English, but he is also studying German.
ລາວຮຽນພາສາອັງກິດ ແຕ່ລາວກໍ່ຮຽນພາສາເຍຍລະມັນດ້ວຽ

She asked me a question.
ນາງຖາມຂ້ອຍ­ໜຶ່ງຄໍາຖາມ

Good morning!
ສະບາຍດີຕອນເຊົ້າ!

Hello!
ສະບາຍດີ!

Thank you!
ຂອບໃຈ!

I don't understand.
ບໍ່ເຂົ້າໃຈ.

What's your name?
ເຈົ້າຊື່ຫຍັງ?

Help!
ຊ່ວຍແດ່່ !

I think I lost my wallet.
ຂ້ອຍຄິດວ່າ ຂ້ອຍເສັຍກະເປົາເງິນ

I go to school.
ຂ້ອຍໄປໂຮງຮຽນ

Nice to meet you.
ດີໃຈທີ່ຮູ້ກັບເຈົ້າ.

Goodbye!
ລາກ່ອນ!

I think I lost my keys.
ຂ້ອຍຄິດວ່າ ຂ້ອຍເສັຍຂໍກະແຈ

So do you also speak English?
ຊັ້ນເຈົ້າກະເວົ້າພາສາອັງກິດບໍ່?

Tom refused to give up.
ທອມປະຕິເສດທີ່ຈະຍອມແພ້

It's an emergency.
ມັນແມ່ນການສຸກເສີນ

If that were true, what would you do?
ຖ້າຈິງ ທ່ານຈະເຮັດຫຍັງ?

Tom named his dog Cookie.
ທອມຕັ້ງຊື່ໝາລາວວ່າຄຸກກີ້

We are working for you.
ເຮົາກໍາລັງເຮັດວຽກສໍາລັບທ່ານ

Where was this picture taken?
ຮູບນີ້ຖ່າຍຢູ່ໃສ?

I know that this is important to you.
ຂ້ອຍຮູ້ວ່ານີ້ສໍາຄັນສໍາລັບທ່ານ

Nice to know you.
ດີໃຈທີ່ຮູ້ກັບເຈົ້າ.

Therapy didn't work.
ການປິ່ນປົວບໍ່ໄດ້ຜົນ

He became accustomed to working in the office.
ລາວເຄຍຊີນກັບການເຮັດວຽກຢູ່ໃນຫ້ອງການ

I still need to talk to you.
ຂ້ອຍຍັງຕ້ອງເວົ້າກັບທ່ານ

I have two cats.
ຂ້ອຍມີແມວສອງໂຕ

Tom knows this will be difficult.
ທອມຮູ້ວ່າອັນນີ້ມັນຕ້ອງຍາກ

I want to buy this.
ຂ້ອຍຢາກຊື້ອັນນີ້.

I'm going to be fat like this.
ຂ້ອຍຊິອ້ວນແບບນີ້.

I'm car sick.
ຂ້ອຍເມົາລົດ.

Excuse me, what's your name?
ຂໍໂທດ, ເຈົ້າຊື່ຫຍັງ?

I go to Laos.
ຂ້ອຍໄປປະເທດລາວ.

We go to the market together.
ພວກເຮົາໄປຕະຫຼາດນຳກັນ.

Are you going to come to Japan?
ເຈົ້າຊິມາຍີ່ປຸ່ນບໍ?

He comes from Thailand.
ລາວມາຈາກເມືອງໄທ.

I study Lao every day.
ຂ້ອຍຮຽນພາສາລາວທຸກໆມື້.

This morning I am going to go to school.
ມື້ເຊົ້ານີ້ຂ້ອຍຊິໄປໂຮງຮຽນ.

Today the students study at home.
ມື້ນີ້ນັກຮຽນຮຽນຢູ່ເຮືອນ.

The teacher comes from Salavan.
ອາຈານມາຈາກສາລະວັນ.

What’s the teacher’s name?
ອາຈານຊື່ຫຍັງ?

I study Lao at home.
ຂ້ອຍຮຽນພາສາລາວຢູ່ເຮືອນ.