# lo/ted2020-814.xml.gz
# nn/ted2020-814.xml.gz


(src)="1"> ສະນັ້ນ , ທ່ານຍິງ ແລະທ່ານຊາຍ , ທີ່ TED ພວກເຮົາເວົ້າຫຼາຍກ່ຽວກັບຄວາມເປັນຜູ້ນຳ ແລະການສ້າງກະແສ .
(trg)="1.1"> Mine damer og herrer .
(trg)="1.2"> Her på TED snakkar me mykje om leiarskap og røyrsler

(src)="2"> ສະນັ້ນ ລອງມາເບິ່ງການສ້າງກະແສອັນໜຶ່ງເນາະ , ຕັ້ງແຕ່ຕົ້ນຈົນຈົບເລີຍ , ພາຍໃນເວລາບໍ່ຮອດ 3 ນາທີ ແລ້ວຖອນເອົາບົດຮຽນຈາກຕົວຢ່າງນີ້ .
(trg)="2"> Lat oss sjå ei røyrsle bli laga , under 3 minutt og gjere oss nokre konklusjonar .

(src)="3"> ກ່ອນອື່ນໝົດ , ແນ່ນອນວ່າທ່ານຮູ້ , ວ່າຜູ້ນຳຕ້ອງມີຄວາມກ້າ ທີ່ຈະໂດດເດັ່ນ ແລະເປັນໂຕຕາຫຼົກ .
(trg)="3"> Som dykk veit , så treng ein leiar motet til å stå fram og bli gjort narr av

(src)="4"> ແຕ່ສິ່ງທີ່ລາວກຳລັງເຮັດເປັນສິ່ງທີ່ເຮັດຕາມງ່າຍ .
(trg)="4"> Men det han gjer er så enkelt å fylgje .

(src)="5"> ສະນັ້ນ ນີ້ແມ່ນຜູ້ຕາມຄົນທຳອິດຂອງລາວ ທີ່ມີບົດບາດສຳຄັນ ; ລາວຈະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ .
(trg)="5"> Her er fyrste fylgjesveinen med ei viktig rolle Han viser andre korleis ein blir med

(src)="6"> ບາດນີ້ , ສັງເກດເບິ່ງ ວ່າຜູ້ນຳນັ້ນ ໄດ້ໂອບຮັບເອົາລາວຢ່າງເທົ່າທຽມ .
(trg)="6"> Legg merkje til at leiaren tek imot han som ein likemann .

(src)="7"> ສະນັ້ນ , ບາດນີ້ ມັນຈິ່ງບໍ່ກ່ຽວກັບຜູ້ນຳອີກແລ້ວ ; ມັນກ່ຽວກັບພວກເຂົາ , ຈຳນວນຫຼາຍ .
(trg)="7"> No handlar det ikkje berre om leiaren lengre det handlar om dei i fleirtal .

(src)="8"> ບາດນີ້ , ຫັ້ນເດ ລາວເອີ້ນເອົາໝູ່ລາວມາອີກ .
(trg)="8"> Og der ropar han på venene sine .

(src)="9"> ບາດນີ້ , ຖ້າທ່ານສັງເກດ ຈະເຫັນວ່າຜູ້ຕາມຄົນທຳອິດ ແມ່ນຮູບແບບຂອງການເປັນຜູ້ນຳໃນຕົວມັນເອງທີ່ຖືກເບິ່ງຂ້າມ .
(trg)="9"> Kanskje dykk ser at den fyrste fylgesveinen er faktisk ei undervurdert form for leiarskap i seg sjølv .

(src)="10"> ມັນຕ້ອງໃຊ້ຄວາມກ້າໃນການທີ່ຈະຢືນຂຶ້ນຈັ່ງຊັ້ນ .
(trg)="10"> Det krev mot å stikka seg ut slik

(src)="11"> ຜູ້ຕາມຄົນທີອິດແມ່ນສິ່ງທີ່ປ່ຽນ ຄົນບ້າຄົນໜຶ່ງໃຫ້ກາຍເປັນຜູ້ນຳ .
(trg)="11"> Den fyrste fylgesveinen forvandlar den einsame galningen til ein leiar .

(src)="12"> ( ຫົວ ) ( ຕົບມື ) ຫັ້ນເດ ມາລະ ຜູ້ຕາມຄົນທີສອງ .
(trg)="12"> ( Latter ) ( Applaus ) Og her kjem ein fylgjesvein til .

(src)="13"> ບາດນີ້ບໍ່ແມ່ນຄົນບ້າຜູ້ດຽວລະ , ບໍ່ແມ່ນຄົນບ້າ 2 ຄົນລະ - 3 ຖືເປັນກຸ່ມໄດ້ລະ , ແລະເມື່ອເປັນກຸ່ມກໍ່ເປັນຂ່າວໄດ້ .
(trg)="13"> No er det verken ein eller to galningar Tre er ein gjeng , og gjengen er kul .

(src)="14"> ສະນັ້ນ ກະແສຕ້ອງເປັນສິ່ງສາທາລະນະ .
(trg)="14"> Så , ei røyrsle må vere offentleg .

(src)="15"> ສິ່ງສຳຄັນແມ່ນການເປີດເຜີຍ ບໍ່ແມ່ນເພື່ອເປີດເຜີຍຜູ້ນຳ , ແຕ່ແມ່ນຜູ້ຕາມ ເພາະທ່ານຈະເຫັນວ່າຜູ້ຕາມຄົນໃໝ່ ຈະຮຽນແບບຜູ້ຕາມຄົນກ່ອນ , ບໍ່ແມ່ນຈາກຜູ້ນຳ .
(trg)="15"> Det er viktig at fylgjesveinane kjem fram , og ikkje kun leiaren fordi ein ser at nye fylgjesveinar tek etter fylgjesveinane , og ikkje leiaren

(src)="16"> ບາດນີ້ , ອີກ 2 ຄົນມາລະເດ , ແລະຕໍ່ມາທັນທີ , ອີກ 3 ຄົນ .
(trg)="16.1"> No kjem det to til .
(trg)="16.2"> Og rett etterpå tre personar til .

(src)="17"> ບາດນີ້ເຮົາໄດ້ການເຄື່ອນໄຫວລະ . ນີ້ແມ່ນຈຸດປ່ຽນ .
(trg)="17.1"> No har me framdrift .
(trg)="17.2"> Dette er tippepunktet

(src)="18"> ບາດນີ້ເຮົາໄດ້ກະແສລະ .
(trg)="18"> No har me ei røyrsle

(src)="19"> ສະນັ້ນ , ສັງເກດເບິ່ງເນາະ , ເມື່ອຫຼາຍຄົນເຂົ້າຮ່ວມ , ມັນຈະສ່ຽງໜ້ອຍກວ່າ .
(trg)="19"> Legg merkje til at med fleire folk mindre risiko .

(src)="20"> ສະນັ້ນ ຜູ້ທີ່ຍັງຕັດສິນໃຈບໍ່ໄດ້ກ່ອນໜ້ານີ້ , ບາດນີ້ບໍ່ມີເຫດຜົນທີ່ຈະບໍ່ຮ່ວມແລ້ວ .
(trg)="20"> Dei som sat på gjerde tidlegare har no inga grunn til å ikkje vere med .

(src)="21"> ເຂົາຈະບໍ່ເປັນຈຸດເດັ່ນ , ເຂົາຈະບໍ່ຖືກຫົວຂວັນ , ແຕ່ເຂົາຈະເປັນສ່ວນໜຶ່ງຂອງກຸ່ມທີ່ນຳໜ້າ ຖ້າເຂົາຟ້າວ .
(trg)="21"> Dei vil ikkje skilje seg ut Dei vil ikkje bli gjort narr av Men dei vil vere " dei kule " om dei skundar seg .

(src)="22"> ( ຫົວ ) ສະນັ້ນ , ໃນນາທີຕໍ່ໜ້າ , ທ່ານຈະເຫັນຄົນທີ່ມັກຈະຈັບຢູ່ກັບກຸ່ມກ້ອນເຂົ້າມາຮ່ວມ ເພາະໃນທີ່ສຸດ ພວກເຂົາຈະເປັນຕົວຕາຫຼົກ ຖ້າພວກເຂົາບໍ່ເຂົ້າມາຮ່ວມ .
(trg)="22.1"> ( Latter ) Over det neste minuttet kjem resten til , dei som plar å fyljge straumen .
(trg)="22.2"> Dei risikerar snart å bli gjort narr av for å ikkje bli med

(src)="23"> ແລະນັ້ນກໍ່ແມ່ນວິທີສ້າງກະແສ .
(trg)="23"> Og slik skapar du ei røyrsle

(src)="24"> ແຕ່ເຮົາມາສະຫຼຸບຄືນບົດຮຽນຈາກຕົວຢ່າງນີ້ .
(trg)="24"> Men lat oss resymere lærdomen .

(src)="25"> ສະນັ້ນ ກ່ອນອື່ນໝົດ , ຖ້າທ່ານເປັນປະເພດ , ທີ່ຄືກັນກັບອ້າຍທີ່ເຕັ້ນເປືອຍຄີງ ທີ່ຢືນຢູ່ຜູ້ດຽວ , ໃຫ້ຈື່ຄວາມສຳຄັນຂອງການທະນຸທະໜອມ ຜູ້ຕາມຄົນທຳອິດຂອງທ່ານ ໃຫ້ສະເໝີກັບຕົນເອງ ສະນັ້ນ ຈຸດສຳຄັນຈິ່ງແມ່ນກະແສ , ບໍ່ແມ່ນຕົນເອງ .
(trg)="25.1"> Om du er typen som dansar skjortelaus og åleine .
(trg)="25.2"> Hugs at det er å viktig å pleie dine fyrste , få fylgjesveinar som likemenn .
(trg)="25.3"> Dermed få fokus på røyrsla og ikkje deg

(src)="26"> ໂອເຄ , ແຕ່ເຮົາອາດພາດບົດຮຽນທີ່ແທ້ຈິງໃນທີ່ນີ້ .
(trg)="26"> Men me kan ha missa det viktigaste .

(src)="27"> ບົດຮຽນທີ່ຍິ່ງໃຫຍ່ທີ່ສຸດ , ຖ້າທ່ານສັງເກດ - ທ່ານເຫັນບໍ່ ? - ແມ່ນວ່າການເປັນຜູ້ນຳ ໄດ້ຖືກຍົກຍ້ອງເກີນເຫດໂພດ .
(trg)="27"> Det viktigaste er at leiarskap er overvurdert .

(src)="28"> ທີ່ວ່າ , ​ແມ່ນຢູ່ , ຜູ້ຊາຍເປືອຍຄີງເປັນຜູ້ລິເລີ່ມ , ແລະລາວຈະໄດ້ຄຸນງາວຄວາມດີທັງໝົດ , ແຕ່ທີ່ຈິງແລ້ວແມ່ນຜູ້ຕາມຄົນທຳອິດຕ່າງຫາກ ທີ່ປ່ຽນຄົນບ້າຜູ້ໜຶ່ງໃຫ້ກາຍເປັນຜູ້ນຳ .
(trg)="28.1"> Ja , den skjortelause fyren var fyrst og han vil få all æra .
(trg)="28.2"> Men det var eigentleg den fyrste fylgjesveinen som forvandla den einsame galningen til ein leiar .

(src)="29"> ສະນັ້ນ , ເມື່ອມີຄົນບອກວ່າເຮົາທຸກຄົນຄວນເປັນຜູ້ນຳ , ນັ້ນອາດເປັນສິ່ງທີ່ບໍ່ມີໝາກຜົນກໍ່ເປັນໄດ້ .
(trg)="29"> Me blir fortald at alle burde vere leiarar , men det ville ikkje vært effektivt .

(src)="30"> ຖ້າທ່ານສົນໃຈທີ່ຈະສ້າງກະແສແທ້ໆ , ກໍ່ຂໍໃຫ້ມີຄວາມກ້າທີ່ຈະຕາມ ແລະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ .
(trg)="30"> Om du verkeleg bryr deg om å starta ei røyrsle ha motet til å fylgje og visa andre korleis dei skal fylgje

(src)="31"> ແລະເມື່ອທ່ານເຫັນຄົນບ້າຜູ້ໜຶ່ງທີ່ກຳລັງເຮັດໃນສິ່ງທີ່ຍິ່ງໃຫຍ່ , ຂໍໃຫ້ມີຄວາມກ້າທີ່ຈະເປັນຜູ້ທຳອິດ ທີ່ຈະລຸກຂຶ້ນໄປຮ່ວມນຳ .
(trg)="31"> Finn du ein særing som gjer noko stort ha motet til å vere den fyrste som står fram og blir med .

(src)="32"> ແລະບ່ອນທີ່ດີທີ່ສຸດທີ່ຈະເຮັດໃນສິ່ງນີ້ , ກໍ່ແມ່ນທີ່ TED ແຫ່ງນີ້ນັ້ນເອງ .
(trg)="32"> Og for perfekt plass å gjere det , her på TED .

(src)="33"> ຂໍຂອບໃຈ .
(trg)="33"> Takk .

(src)="34"> ( ຕົບມື )
(trg)="34"> ( Applaus )