# lo/BhT0XnBD94o6.xml.gz
# uz/BhT0XnBD94o6.xml.gz


(src)="1"> ສະນັ້ນ , ທ່ານຍິງ ແລະທ່ານຊາຍ , ທີ່ TED ພວກເຮົາເວົ້າຫຼາຍກ່ຽວກັບຄວາມເປັນຜູ້ນຳ ແລະການສ້າງກະແສ . ສະນັ້ນ ລອງມາເບິ່ງການສ້າງກະແສອັນໜຶ່ງເນາະ , ຕັ້ງແຕ່ຕົ້ນຈົນຈົບເລີຍ , ພາຍໃນເວລາບໍ່ຮອດ 3 ນາທີ ແລ້ວຖອນເອົາບົດຮຽນຈາກຕົວຢ່າງນີ້ . ກ່ອນອື່ນໝົດ , ແນ່ນອນວ່າທ່ານຮູ້ , ວ່າຜູ້ນຳຕ້ອງມີຄວາມກ້າ ທີ່ຈະໂດດເດັ່ນ ແລະເປັນໂຕຕາຫຼົກ . ແຕ່ສິ່ງທີ່ລາວກຳລັງເຮັດເປັນສິ່ງທີ່ເຮັດຕາມງ່າຍ . ສະນັ້ນ ນີ້ແມ່ນຜູ້ຕາມຄົນທຳອິດຂອງລາວ ທີ່ມີບົດບາດສຳຄັນ ; ລາວຈະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ . ບາດນີ້ , ສັງເກດເບິ່ງ ວ່າຜູ້ນຳນັ້ນ ໄດ້ໂອບຮັບເອົາລາວຢ່າງເທົ່າທຽມ . ສະນັ້ນ , ບາດນີ້ ມັນຈິ່ງບໍ່ກ່ຽວກັບຜູ້ນຳອີກແລ້ວ ; ມັນກ່ຽວກັບພວກເຂົາ , ຈຳນວນຫຼາຍ . ບາດນີ້ , ຫັ້ນເດ ລາວເອີ້ນເອົາໝູ່ລາວມາອີກ . ບາດນີ້ , ຖ້າທ່ານສັງເກດ ຈະເຫັນວ່າຜູ້ຕາມຄົນທຳອິດ ແມ່ນຮູບແບບຂອງການເປັນຜູ້ນຳໃນຕົວມັນເອງທີ່ຖືກເບິ່ງຂ້າມ . ມັນຕ້ອງໃຊ້ຄວາມກ້າໃນການທີ່ຈະຢືນຂຶ້ນຈັ່ງຊັ້ນ . ຜູ້ຕາມຄົນທີອິດແມ່ນສິ່ງທີ່ປ່ຽນ ຄົນບ້າຄົນໜຶ່ງໃຫ້ກາຍເປັນຜູ້ນຳ .
(trg)="1"> Xonimlar va janoblar , biz TEDda
(trg)="2"> Liderlik va yangi harakatlar boshlash haqida gapiramiz .
(trg)="3"> Keling biz shu 3 daqiqa ichida , harakatning boshlanishi va yakun yasalishini ko' raylik va undan kerakli saboq o' rganaylik .

(src)="2"> ( ຫົວ ) ( ຕົບມື ) ຫັ້ນເດ ມາລະ ຜູ້ຕາມຄົນທີສອງ . ບາດນີ້ບໍ່ແມ່ນຄົນບ້າຜູ້ດຽວລະ , ບໍ່ແມ່ນຄົນບ້າ 2 ຄົນລະ - 3 ຖືເປັນກຸ່ມໄດ້ລະ , ແລະເມື່ອເປັນກຸ່ມກໍ່ເປັນຂ່າວໄດ້ . ສະນັ້ນ ກະແສຕ້ອງເປັນສິ່ງສາທາລະນະ . ສິ່ງສຳຄັນແມ່ນການເປີດເຜີຍ ບໍ່ແມ່ນເພື່ອເປີດເຜີຍຜູ້ນຳ , ແຕ່ແມ່ນຜູ້ຕາມ ເພາະທ່ານຈະເຫັນວ່າຜູ້ຕາມຄົນໃໝ່ ຈະຮຽນແບບຜູ້ຕາມຄົນກ່ອນ , ບໍ່ແມ່ນຈາກຜູ້ນຳ . ບາດນີ້ , ອີກ 2 ຄົນມາລະເດ , ແລະຕໍ່ມາທັນທີ , ອີກ 3 ຄົນ . ບາດນີ້ເຮົາໄດ້ການເຄື່ອນໄຫວລະ . ນີ້ແມ່ນຈຸດປ່ຽນ . ບາດນີ້ເຮົາໄດ້ກະແສລະ . ສະນັ້ນ , ສັງເກດເບິ່ງເນາະ , ເມື່ອຫຼາຍຄົນເຂົ້າຮ່ວມ , ມັນຈະສ່ຽງໜ້ອຍກວ່າ . ສະນັ້ນ ຜູ້ທີ່ຍັງຕັດສິນໃຈບໍ່ໄດ້ກ່ອນໜ້ານີ້ , ບາດນີ້ບໍ່ມີເຫດຜົນທີ່ຈະບໍ່ຮ່ວມແລ້ວ . ເຂົາຈະບໍ່ເປັນຈຸດເດັ່ນ , ເຂົາຈະບໍ່ຖືກຫົວຂວັນ , ແຕ່ເຂົາຈະເປັນສ່ວນໜຶ່ງຂອງກຸ່ມທີ່ນຳໜ້າ ຖ້າເຂົາຟ້າວ .
(trg)="14"> ( Kulgi ) ( Qarsaklar )
(trg)="15"> Ana endi ikkinchi odam qo' shiladi .
(trg)="16"> Endi bu bir ahmoq emas , ikki ahmoq emas balki to' daga aylandi .

(src)="3"> ( ຫົວ ) ສະນັ້ນ , ໃນນາທີຕໍ່ໜ້າ , ທ່ານຈະເຫັນຄົນທີ່ມັກຈະຈັບຢູ່ກັບກຸ່ມກ້ອນເຂົ້າມາຮ່ວມ ເພາະໃນທີ່ສຸດ ພວກເຂົາຈະເປັນຕົວຕາຫຼົກ ຖ້າພວກເຂົາບໍ່ເຂົ້າມາຮ່ວມ . ແລະນັ້ນກໍ່ແມ່ນວິທີສ້າງກະແສ . ແຕ່ເຮົາມາສະຫຼຸບຄືນບົດຮຽນຈາກຕົວຢ່າງນີ້ . ສະນັ້ນ ກ່ອນອື່ນໝົດ , ຖ້າທ່ານເປັນປະເພດ , ທີ່ຄືກັນກັບອ້າຍທີ່ເຕັ້ນເປືອຍຄີງ ທີ່ຢືນຢູ່ຜູ້ດຽວ , ໃຫ້ຈື່ຄວາມສຳຄັນຂອງການທະນຸທະໜອມ ຜູ້ຕາມຄົນທຳອິດຂອງທ່ານ ໃຫ້ສະເໝີກັບຕົນເອງ ສະນັ້ນ ຈຸດສຳຄັນຈິ່ງແມ່ນກະແສ , ບໍ່ແມ່ນຕົນເອງ . ໂອເຄ , ແຕ່ເຮົາອາດພາດບົດຮຽນທີ່ແທ້ຈິງໃນທີ່ນີ້ . ບົດຮຽນທີ່ຍິ່ງໃຫຍ່ທີ່ສຸດ , ຖ້າທ່ານສັງເກດ - ທ່ານເຫັນບໍ່ ? - ແມ່ນວ່າການເປັນຜູ້ນຳ ໄດ້ຖືກຍົກຍ້ອງເກີນເຫດໂພດ . ທີ່ວ່າ , ​ແມ່ນຢູ່ , ຜູ້ຊາຍເປືອຍຄີງເປັນຜູ້ລິເລີ່ມ , ແລະລາວຈະໄດ້ຄຸນງາວຄວາມດີທັງໝົດ , ແຕ່ທີ່ຈິງແລ້ວແມ່ນຜູ້ຕາມຄົນທຳອິດຕ່າງຫາກ ທີ່ປ່ຽນຄົນບ້າຜູ້ໜຶ່ງໃຫ້ກາຍເປັນຜູ້ນຳ . ສະນັ້ນ , ເມື່ອມີຄົນບອກວ່າເຮົາທຸກຄົນຄວນເປັນຜູ້ນຳ , ນັ້ນອາດເປັນສິ່ງທີ່ບໍ່ມີໝາກຜົນກໍ່ເປັນໄດ້ . ຖ້າທ່ານສົນໃຈທີ່ຈະສ້າງກະແສແທ້ໆ , ກໍ່ຂໍໃຫ້ມີຄວາມກ້າທີ່ຈະຕາມ ແລະສະແດງໃຫ້ຄົນອື່ນເຫັນວ່າຄວນຕາມແນວໃດ . ແລະເມື່ອທ່ານເຫັນຄົນບ້າຜູ້ໜຶ່ງທີ່ກຳລັງເຮັດໃນສິ່ງທີ່ຍິ່ງໃຫຍ່ , ຂໍໃຫ້ມີຄວາມກ້າທີ່ຈະເປັນຜູ້ທຳອິດ ທີ່ຈະລຸກຂຶ້ນໄປຮ່ວມນຳ . ແລະບ່ອນທີ່ດີທີ່ສຸດທີ່ຈະເຮັດໃນສິ່ງນີ້ , ກໍ່ແມ່ນທີ່ TED ແຫ່ງນີ້ນັ້ນເອງ . ຂໍຂອບໃຈ .
(trg)="27"> ( Kulgi )
(trg)="28"> Keyingi daqiqa ichida , shuni ko' rasizki , ba' zilar to´daga qo' shilishni xohlaydi , chunki endi ular qo' shilmagani uchun masxara qilinishi mumkin va mana shunday qilib siz harakatni boshlay olasiz .
(trg)="29"> Endi keling bu saboqdan xulosa chiqaraylik .

(src)="4"> ( ຕົບມື )
(trg)="40"> ( Qarsaklar )

# lo/VuqYr9NN4uzC.xml.gz
# uz/VuqYr9NN4uzC.xml.gz


(src)="1"> ສະບາຍດີ . ພວກທ່ານເປັນແນວໃດແດ່ ? ຜ່ານມາຄັກຫຼາຍ ແມ່ນບໍ ? ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ . ອັນທີ່ຈິງ , ຂ້າພະເຈົ້າວ່າຈະກັບດີກວ່າ .
(trg)="1"> Xatrli tong .
(trg)="2"> Qandaysizlar ?
(trg)="3"> Bu juda ham ajoyib , shunday emasmi ?

(src)="2"> ( ຫົວ ) ຜ່ານມາ ມີຢູ່ ສາມ ແກນ , ແມ່ນບໍ່ , ທີ່ໄດ້ຜ່ານກອງປະຊຸມ , ເຊິ່ງກ່ຽວພັນ ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້ . ສະເພາະແຕ່ ຄວາມຫຼາກຫຼາຍ ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ . ອັນທີສອງນັ້ນແມ່ນ ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ , ໃນອະນາຄົດ . ບໍ່ຮູ້ເລີຍ ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ . ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - ອັນທີ່ຈິງແລ້ວ , ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ . ບໍ່ແມ່ນບໍ ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ . ຖ້າທ່ານໄປຮ່ວມງານສັງສັນ , ແລະ ເວົ້າວ່າ ທ່ານເຮັດວຽກໃນຂະແໜງສຶກສາ - ອັນທີ່ຈິງ , ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ , ເວົ້າແທ້ , ຖ້າທ່ານເຮັດວຽກໃນຂະແໜງສຶກສາ .
(trg)="5"> Aslida , men hozir ketayapman ( Kulgi )
(trg)="6"> Bu Konferenciyada uchta mavzu bo' ldi , sunday emasmi ? men gapiradigan mavzuga oid demoqchimanda .
(trg)="7"> Ularning biri inson ijodkorligining g' aroyibligi buni berilgan taqdimot va ma' ruzalrning hammasida va bu yerda yig' ilgan odamlarda ko' rish mumkin .

(src)="3"> ( ຫົວ ) ບໍ່ມີໃຜເຊີນທ່ານດອກ . ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ , ເຊິ່ງມັນກໍ່ແປກ . ຂ້າພະເຈົ້າວ່າມັນປະຫຼາດດີ . ແຕ່ວ່າຖ້າທ່ານໄດ້ໄປ , ແລະ ບອກໃຜຜູ້ໜຶ່ງວ່າ , ຫັ້ນນ່າ , ເຂົາຖາມວ່າ , " ເຈົ້າເຮັດວຽກຫຍັງ ? " ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ , ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ . ເຂົາຈະເປັນປະມານວ່າ ,
(trg)="15"> Agar siz kechki oqshomda bo' lsangiz , va agar siz ta' lim sohasida ishlashingizni aytsangiz - aslida , siz bunday kechki oqshomlarga , o' tirishlarga ko´p bormaysiz , tog' risini aytganda , agar siz ta' lim sohasida ishlasangiz ( Kulgi ) Sizni taklif qilishmaydi .
(trg)="16"> Va sizni hech qachon yana chaqirishmaydi .
(trg)="17"> Bu mn uchun juda g' alatidir .

(src)="4"> " ຈັ່ງແມ່ນຊາດ , " ຫັ້ນນ່າ , " ເປັນຫຍັງຕ້ອງແມ່ນກູ ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ . " ( ຫົວ ) ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ , ເຂົາຈະຈັບທ່ານຕິດຝາ . ເພາະວ່າມັນເປັນສິ່ງໜຶ່ງ ທີ່ລົງເລິກໃນຕົວຄົນເຮົາ , ຂ້າພະເຈົ້າເວົ້າຖືກບໍ ? ຄືກັບ ສາດສະໜາ , ເງິນຄຳ ແລະ ສິ່ງອື່ນໆ . ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ , ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ . ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ , ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້ . ຖ້າທ່ານລອງຄິດເບິ່ງ , ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ ຈະກິນບຳນານໃນປີ 2065 . ບໍ່ມີໃຜຮູ້ - ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - ວ່າໂລກນີ້ຈະເປັນແນວໃດ ໃນອີກ 5 ປີ . ແຕ່ປານນັ້ນ ພວກເຮົາຍັງພັດ ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້ . ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ , ຂ້າພະເຈົ້າຄິດວ່າ , ເປັນສິ່ງທີ່ມະຫັດສະຈັນ . ແລະ ສ່ວນທີສາມ ໃນນີ້ ແມ່ນ ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - ສະມັດຖະນະເພື່ອການປ່ຽນແປງຂອງເຂົາ . ຂ້າພະເຈົ້າໝາຍເຖິງ , ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ , ບໍ່ແມ່ນບໍ ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້ . ແລະ ລາວກໍ່ມີຈຸດພິເສດ , ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ ພິເສດມາຕັ້ງແຕ່ຍັງນ້ອຍ . ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ ຜູ້ທີ່ພົບກັບພອນສະຫວັນ . ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ . ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ , ຢ່າງບໍ່ໃສ່ໃຈເລີຍ . ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ . ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື , ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ .
(trg)="19"> Ular huddi " O , xudoyim ! " " Nima uchun men ?
(trg)="20"> Haftada o' zi bir tun aylanishga chiqsam ( uchratgan odamimni qara ! ) ( Kulgi )
(trg)="21"> Lekin , agar siz ularni ta' limi haqida so' rasangiz , sizni qamrab oladilar .

(src)="5"> ( ຕົບມື ) ຂອບໃຈ . ມື້ນີ້ກໍ່ມີເທົ່ານີ້ເດີ້ . ຂອບໃຈຫຼາຍໆ .
(trg)="38"> Ta' lim sohasida , ijodkorlik hozirda huddi savodxonlik kabi muhim hisoblanadi va biz ularnign ikkalasini birdek diqqatga olishimiz kerak ( Qarsaklar ) Rahmat .
(trg)="39"> Bu hammasi edi aytgancha .
(trg)="40"> Katta rahmat ( Kulgi ) .

(src)="6"> ( ຫົວ ) ສະນັ້ນ , ຍັງອີກ 15 ນາທີ . ອັນ , ຂ້າພະເຈົ້າໄດ້ເກີດທີ່ ... ບໍ່ແມ່ນ .
(trg)="41"> Xo 'sh , yana 15 daqiqa qoldi .
(trg)="42"> Xo 'sh ... men tu' gilgan ... yo 'q .

(src)="7"> ( ຫົວ ) ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ . ລາວອາຍຸໄດ້ ຫົກ ປີ . ແລະ ລາວນັ່ງຢູ່ຫຼັງສຸດ , ກຳລັງແຕ້ມຢູ່ , ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ ເອົາໃຈໃສ່ໃນໂມງຮຽນ , ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ . ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ ແລະ ເວົ້າວ່າ , " ກຳລັງແຕ້ມຫຍັງ ? " ແລະ ນາງນ້ອຍເວົ້າວ່າ , " ແຕ້ມຮູບພະເຈົ້າ . " ແລະ ນາງຄູເວົ້າວ່າ , " ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ . " ແລະ ນາງນ້ອຍເວົ້າວ່າ , " ຈັກໜ້ອຍເຂົາຫາກຊິຮູ້ . "
(trg)="43"> ( Kulgi )
(trg)="44"> Men yaqinda juda ajoyib bir voqea eshittim - va men uni hikoya qilishni juday yaxshi ko' raman - bu bir kichkina qizaloqning rasm darsi haqida . u 6 yoshda va u orqada o' tirib rasm chizayotgan edi va o' qituvchining gapiga qaraganda , bu qizaloq zo´rg´a diqqat qilar edi , va xuddi shu rasm darsida u e' tibor berdi .
(trg)="45"> O' qituvchi juda ajablanib uning oldiga boradi va " Sen nima chizayapsan ? ' deb so' taydi va qiz " Xudning rasmini " deb javob beradi o' qituvchi esa : " Lekin , hech kim Xudoning qanday ekanligini ko' rmagan " va qizaloq : " Bilishadi , bir daqiqa ichida " deb javob beradi .

(src)="8"> ( ຫົວ ) ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ , ເວົ້າແທ້ .
(trg)="46"> ( Kulgi )
(trg)="47"> Mening og' lim 4 yosh paytida , Angliyada - aslida u hamma joyda 4 yoshda edi , to 'g' risini aytganda ( kulgi ) agar buni qattiq ushlasak , qayerga bormasin , o' sha yili u 4 yoshda edi

(src)="9"> ( ຫົວ ) ຖ້າເວົ້າໃຫ້ຖືກແທ້ , ບໍ່ວ່າລາວຊິໄດ້ໄປໃສ , ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ . ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ . ທ່ານຈື່ເນື້ອເລື່ອງໄດ້ບໍ ? ​ ບໍ່ຫວາ , ມັນຍິ່ງໃຫຍ່ຂະໜາດ . ມັນເປັນເລື່ອງທີ່ຍິ່ງໃຫຍ່ . ເມລ ກິບສັນ ຫຼິ້ນພາກຕໍ່ມາ . ທ່ານອາດຈະໄດ້ເບິ່ງແລ້ວ : ເລື່ອງ " Nativity II . " ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ , ເຊິ່ງເຮົາຕື່ນເຕັ້ນຫຼາຍ . ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ . ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ : " ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ ! " ( ຫົວ ) ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ , ແຕ່ທ່ານຮູ້ຕອນທີ່ ພະລາຊາທັງສາມເຂົ້າມາ . ພວກເຂົານຳຂອງຂວັນມາ , ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ , ກຳຍານ , ແລະ ຢາງໄມ້ຫອມ . ສິ່ງນີ້ໄດ້ເກີດຂຶ້ນແທ້ . ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ . ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ ,
(trg)="48"> U " Nativity " P' essasida edi
(trg)="49"> Bu hikoyani eslaysizmi ?
(trg)="50"> Bu juda muhim hikoya hatta Mel Gibson ham buning keyin o 'z ijodiga oldi siz ko' rgandirsiz " Nativity II " .

(src)="10"> " ເຈົ້າບໍ່ເປັນຫຍັງບໍ ? " ແລະ ລາວເວົ້າວ່າ , " ໂດຍ , ເປັນຫຍັງ ? ມີຫຍັງຜິດໄປ ? " ພວກເຂົາປ່ຽນຕົວ , ທໍ່ນັ້ນລະ . ແຕ່ຈັ່ງໃດກໍ່ຕາມ , ເດັກຊາຍ ສາມ ຄົນເຂົ້າມາ - ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - ​ ແລະ ພວກເຂົາວາງກ່ອງທັງສາມລົງ , ແລະ ເດັກຊາຍຜູ້ທຳອິດເວົ້າວ່າ , " ຂ້ອຍນຳຄຳມາໃຫ້ເຈົ້າ . " ແລະ ເດັກຊາຍຜູ້ທີສອງເວົ້າວ່າ , " ຂ້ອຍນຳກຳຍານມາໃຫ້ເຈົ້າ . " ແລະ ເດັກຊາຍຜູ້ທີສາມເວົ້າວ່າ , " ແຟຣງ ສົ່ງອັນນີ້ມາ . " ( ຫົວ ) ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ . ຖ້າເຂົາບໍ່ຮູ້ , ເຂົາຈະລອງເຮັດເບິ່ງ . ຂ້າພະເຈົ້າເວົ້າແມ່ນບໍ ? ພວກເຂົາບໍ່ຢ້ານທີ່ຈະຜິດ . ບາດນີ້ , ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້ . ສິ່ງທີ່ພວກເຮົາຮູ້ແມ່ນ , ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ , ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້ . ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ . ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່ , ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ . ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ . ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້ , ພວກທ່ານ . ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ ລະບົບການສຶກສາແຫ່ງຊາດທີ່ຖືວ່າ ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້ . ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ ສະມັດຖະພາບໃນການສ້າງສັນ . ປີກັດໂຊ ເຄີຍໄດ້ເວົ້າແລ້ວ . ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ . ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ . ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ , ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ , ພວກເຮົາໃຫຍ່ອອກຈາກມັນ . ຫຼື ອີກໃນໜຶ່ງ , ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ . ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້ ? ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ . ອັນທີ່ຈິງ , ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ . ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ .
(trg)="60"> " Senga shu maqulmi ? " va u " Ha , nima bo' libdi ? " dedi .
(trg)="61"> Ular rollarini almashtirib olishgan edi .
(trg)="62"> Xullas , 3 ta bola kelib 4 yoshli bolalar , boshlarida choy sochiq bilan - va ular korobkalarini yerga qo' yishdi , va birinchi bola : " Men oltin olib keldim " dedi