# lo/VuqYr9NN4uzC.xml.gz
# mfe/VuqYr9NN4uzC.xml.gz


(src)="1"> ສະບາຍດີ . ພວກທ່ານເປັນແນວໃດແດ່ ? ຜ່ານມາຄັກຫຼາຍ ແມ່ນບໍ ? ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ . ອັນທີ່ຈິງ , ຂ້າພະເຈົ້າວ່າຈະກັບດີກວ່າ .
(trg)="1"> Bonzour .
(trg)="2"> Ki manier ?
(trg)="3"> ( Riye )

(src)="2"> ( ຫົວ ) ຜ່ານມາ ມີຢູ່ ສາມ ແກນ , ແມ່ນບໍ່ , ທີ່ໄດ້ຜ່ານກອງປະຊຸມ , ເຊິ່ງກ່ຽວພັນ ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້ . ສະເພາະແຕ່ ຄວາມຫຼາກຫຼາຍ ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ . ອັນທີສອງນັ້ນແມ່ນ ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ , ໃນອະນາຄົດ . ບໍ່ຮູ້ເລີຍ ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ . ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - ອັນທີ່ຈິງແລ້ວ , ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ . ບໍ່ແມ່ນບໍ ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ . ຖ້າທ່ານໄປຮ່ວມງານສັງສັນ , ແລະ ເວົ້າວ່າ ທ່ານເຮັດວຽກໃນຂະແໜງສຶກສາ - ອັນທີ່ຈິງ , ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ , ເວົ້າແທ້ , ຖ້າທ່ານເຮັດວຽກໃນຂະແໜງສຶກສາ .
(trg)="7"> ( Riye )
(trg)="8"> Trwa tem finn revini dan sa konferans la ki an rapor avek saki mo anvi koze .
(trg)="9"> Premie , se sa prev extraordiner de kreativite dan tou bann prezantasion ki nounn gete ek dan tou bann dimounn ki isi .

(src)="3"> ( ຫົວ ) ບໍ່ມີໃຜເຊີນທ່ານດອກ . ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ , ເຊິ່ງມັນກໍ່ແປກ . ຂ້າພະເຈົ້າວ່າມັນປະຫຼາດດີ . ແຕ່ວ່າຖ້າທ່ານໄດ້ໄປ , ແລະ ບອກໃຜຜູ້ໜຶ່ງວ່າ , ຫັ້ນນ່າ , ເຂົາຖາມວ່າ , " ເຈົ້າເຮັດວຽກຫຍັງ ? " ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ , ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ . ເຂົາຈະເປັນປະມານວ່າ ,
(trg)="19"> Si ou travay dan ledikasion , personn napa invit ou .
(trg)="20"> ( Riye )
(trg)="21"> Ousua personn pa reinvit ou .

(src)="4"> " ຈັ່ງແມ່ນຊາດ , " ຫັ້ນນ່າ , " ເປັນຫຍັງຕ້ອງແມ່ນກູ ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ . " ( ຫົວ ) ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ , ເຂົາຈະຈັບທ່ານຕິດຝາ . ເພາະວ່າມັນເປັນສິ່ງໜຶ່ງ ທີ່ລົງເລິກໃນຕົວຄົນເຮົາ , ຂ້າພະເຈົ້າເວົ້າຖືກບໍ ? ຄືກັບ ສາດສະໜາ , ເງິນຄຳ ແລະ ສິ່ງອື່ນໆ . ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ , ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ . ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ , ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້ . ຖ້າທ່ານລອງຄິດເບິ່ງ , ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ ຈະກິນບຳນານໃນປີ 2065 . ບໍ່ມີໃຜຮູ້ - ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - ວ່າໂລກນີ້ຈະເປັນແນວໃດ ໃນອີກ 5 ປີ . ແຕ່ປານນັ້ນ ພວກເຮົາຍັງພັດ ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້ . ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ , ຂ້າພະເຈົ້າຄິດວ່າ , ເປັນສິ່ງທີ່ມະຫັດສະຈັນ . ແລະ ສ່ວນທີສາມ ໃນນີ້ ແມ່ນ ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - ສະມັດຖະນະເພື່ອການປ່ຽນແປງຂອງເຂົາ . ຂ້າພະເຈົ້າໝາຍເຖິງ , ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ , ບໍ່ແມ່ນບໍ ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້ . ແລະ ລາວກໍ່ມີຈຸດພິເສດ , ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ ພິເສດມາຕັ້ງແຕ່ຍັງນ້ອຍ . ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ ຜູ້ທີ່ພົບກັບພອນສະຫວັນ . ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ . ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ , ຢ່າງບໍ່ໃສ່ໃຈເລີຍ . ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ . ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື , ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ .
(trg)="24"> Zot pense , " Ayo bondie , kifer mwa ? "
(trg)="25"> ( Riye )
(trg)="26"> " Sel zour mo sorti sa semenn la . "

(src)="5"> ( ຕົບມື ) ຂອບໃຈ . ມື້ນີ້ກໍ່ມີເທົ່ານີ້ເດີ້ . ຂອບໃຈຫຼາຍໆ .
(trg)="45"> Mo konba se ki kreativite zordizour bizin osi inportan ki alfabetism ek ki nou bizin tret li avek mem linportans .
(trg)="46"> ( Aplodisman ) Mersi .
(trg)="47"> ( Aplodisman )

(src)="6"> ( ຫົວ ) ສະນັ້ນ , ຍັງອີກ 15 ນາທີ . ອັນ , ຂ້າພະເຈົ້າໄດ້ເກີດທີ່ ... ບໍ່ແມ່ນ .
(trg)="48"> Bon , samem tou .
(trg)="49"> Mersi bokou .
(trg)="50"> ( Riye )

(src)="7"> ( ຫົວ ) ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ . ລາວອາຍຸໄດ້ ຫົກ ປີ . ແລະ ລາວນັ່ງຢູ່ຫຼັງສຸດ , ກຳລັງແຕ້ມຢູ່ , ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ ເອົາໃຈໃສ່ໃນໂມງຮຽນ , ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ . ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ ແລະ ເວົ້າວ່າ , " ກຳລັງແຕ້ມຫຍັງ ? " ແລະ ນາງນ້ອຍເວົ້າວ່າ , " ແຕ້ມຮູບພະເຈົ້າ . " ແລະ ນາງຄູເວົ້າວ່າ , " ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ . " ແລະ ນາງນ້ອຍເວົ້າວ່າ , " ຈັກໜ້ອຍເຂົາຫາກຊິຮູ້ . "
(trg)="54"> ( Riye )
(trg)="55"> Monn fek tann enn zoli zistwar ek mo kontan rerakont li .
(trg)="56"> Li lor enn tifi dan enn klas desin .

(src)="8"> ( ຫົວ ) ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ , ເວົ້າແທ້ .
(trg)="64"> ( Riye )
(trg)="65"> Kan mo garson ti ena katran dan Langleter -- ofet , li ti ena katran partou .
(trg)="66"> ( Riye )

(src)="9"> ( ຫົວ ) ຖ້າເວົ້າໃຫ້ຖືກແທ້ , ບໍ່ວ່າລາວຊິໄດ້ໄປໃສ , ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ . ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ . ທ່ານຈື່ເນື້ອເລື່ອງໄດ້ບໍ ? ​ ບໍ່ຫວາ , ມັນຍິ່ງໃຫຍ່ຂະໜາດ . ມັນເປັນເລື່ອງທີ່ຍິ່ງໃຫຍ່ . ເມລ ກິບສັນ ຫຼິ້ນພາກຕໍ່ມາ . ທ່ານອາດຈະໄດ້ເບິ່ງແລ້ວ : ເລື່ອງ " Nativity II . " ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ , ເຊິ່ງເຮົາຕື່ນເຕັ້ນຫຼາຍ . ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ . ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ : " ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ ! " ( ຫົວ ) ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ , ແຕ່ທ່ານຮູ້ຕອນທີ່ ພະລາຊາທັງສາມເຂົ້າມາ . ພວກເຂົານຳຂອງຂວັນມາ , ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ , ກຳຍານ , ແລະ ຢາງໄມ້ຫອມ . ສິ່ງນີ້ໄດ້ເກີດຂຶ້ນແທ້ . ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ . ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ ,
(trg)="67"> Bon , nimport kotsa li ti ete , li ti ena katran sa lane la .
(trg)="68"> Li ti pe zwe dan spektak Nativite .
(trg)="69"> Zot rapel so zistwar ?

(src)="10"> " ເຈົ້າບໍ່ເປັນຫຍັງບໍ ? " ແລະ ລາວເວົ້າວ່າ , " ໂດຍ , ເປັນຫຍັງ ? ມີຫຍັງຜິດໄປ ? " ພວກເຂົາປ່ຽນຕົວ , ທໍ່ນັ້ນລະ . ແຕ່ຈັ່ງໃດກໍ່ຕາມ , ເດັກຊາຍ ສາມ ຄົນເຂົ້າມາ - ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - ​ ແລະ ພວກເຂົາວາງກ່ອງທັງສາມລົງ , ແລະ ເດັກຊາຍຜູ້ທຳອິດເວົ້າວ່າ , " ຂ້ອຍນຳຄຳມາໃຫ້ເຈົ້າ . " ແລະ ເດັກຊາຍຜູ້ທີສອງເວົ້າວ່າ , " ຂ້ອຍນຳກຳຍານມາໃຫ້ເຈົ້າ . " ແລະ ເດັກຊາຍຜູ້ທີສາມເວົ້າວ່າ , " ແຟຣງ ສົ່ງອັນນີ້ມາ . " ( ຫົວ ) ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ . ຖ້າເຂົາບໍ່ຮູ້ , ເຂົາຈະລອງເຮັດເບິ່ງ . ຂ້າພະເຈົ້າເວົ້າແມ່ນບໍ ? ພວກເຂົາບໍ່ຢ້ານທີ່ຈະຜິດ . ບາດນີ້ , ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້ . ສິ່ງທີ່ພວກເຮົາຮູ້ແມ່ນ , ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ , ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້ . ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ . ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່ , ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ . ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ . ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້ , ພວກທ່ານ . ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ ລະບົບການສຶກສາແຫ່ງຊາດທີ່ຖືວ່າ ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້ . ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ ສະມັດຖະພາບໃນການສ້າງສັນ . ປີກັດໂຊ ເຄີຍໄດ້ເວົ້າແລ້ວ . ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ . ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ . ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ , ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ , ພວກເຮົາໃຫຍ່ອອກຈາກມັນ . ຫຼື ອີກໃນໜຶ່ງ , ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ . ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້ ? ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ . ອັນທີ່ຈິງ , ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ . ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ .
(trg)="83"> A enn moman mo panse ki zot inn bliye enn sekans parski kan nounn dimann ti garson la apre ,
(trg)="84"> " Tou korek ? " , linn reponn , " Wi , kifer ?
(trg)="85"> Sa pa ti bon ? "

(src)="11"> ( ຫົວ ) ອັນທີ່ຈິງແລ້ວ , ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ , ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ , ເຊິ່ງເປັນບ່ອນເກີດ ຂອງພໍ່ ຂອງ ເຊັກສເປຍ . ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ ? ຂ້າພະເຈົ້າມີ . ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ , ແມ່ນບໍ ? ທ່ານຄິດບໍ ? ເພາະທ່ານບໍ່ຄິດຫາ ເຊັກສເປຍ ຕອນເປັນເດັກນ້ອຍ , ແມ່ນບໍ ? ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ . ​ ຂ້າພະເຈົ້າໝາຍຄວາມວ່າ , ລາວເຄີຍ ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ . ລາວເຄີຍ ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ , ແມ່ນບໍ ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ ?
(trg)="113"> Zot kav imazine kouma sa tranzision la ti fasil .
(trg)="114"> ( Riye )
(trg)="115"> Ofet , ou ti dan enn landrwa apel Snitterfield zis andeor Stratford , kot Shakespeare so papa ti ne .